วันจันทร์ที่ 7 มกราคม พ.ศ. 2562

ຊິວະປະຫວັດຜູ້ສ້າງ

ຊິວະປະຫວັດ


ທ້າວ ຕຸ້ຍ ວົງວິໄລ

ພາກທີ  I : ກ່ຽວກັບຕົນເອງ
1.    ຊື່ ແລະ ນາມສະກຸນ: ທ້າວ ຕຸ້ຍ ວົງວິໄລ ( MR. Touy VONGVILAI ) ເພດ ຊາຍ ອາຍຸ 24 ປິ
2.    ອາຊີບ ນັກສຶສາ ກຳລັງຮຽນຢູ່ ວິທະຍາໄລເຕັກນິກ ປາກປ່າສັກ ສາຂາ ຄອມພິວເຕີທຸລະກິດ ປີທີ 2
3.    ວັນ ເດືອນ ປີເກີດ: 9/10/1994 ເກີດທີ່ ບ້ານ ຫາດຂາມ ເມືອງ ງາ ແຂວງ ອຸດົມໄຊ
4.    ບ້ານຢູ່ປັດຈຸບັນ ບ້ານ ໂພນສົມບູນ ເມືອງ ສີໂຄດຕະບອງ ແຂວງ ນະຄອນຫຼວງວຽງຈັນ
5.    ສູຂະພາບດີ ນ້ຳໜັກ 49 ກິໂລ ສູງ 159 ຊັງຕີແມັດ ເປັນຄົນ ນ້ອຍຈ່ອຍ
6.    ນິໄສໃຈຄໍ ເປັນຄົນດີ ມີມະນູດສຳພັນດີ ເວົ້າຈາສຸພາບ ເຂົ້າກັບຄົນອື່ນໄດ້ດີ ແລະ ມັກຊ່ວຍເຫຼືອຄົນອື່ນ
7.    ຄວາມຮູ້ພິເສດ ສາມາດເວົ້າ ສືສານພາສາອັງກິດໄດ້
8.    ໄດ້ເຂົ້າອົງການຈັດຕັ້ງເຍົາວະຊົນ ແລະ ຊາວໜຸ່ມ
9.    ກິລາທີ່ມັກ: ເຕະບານ, ເຕະກະຕໍ້, ຕີບານ, ຕີດອກປີກໄກ່ ແລະ ມັກຕີມວຍ
10. ອາຫານທີ່ມັກ: ໝາກໄມ້ ແລະ ຂອງ ຫວານ (ມີຫຍັງ ກິນໄດ້ໝົດ ບໍ່ເລືອກ)
11. ຈຸດດີ: ເປັນຄົນດີ, ບໍ່ມັກຮ້າຍ, ໃຈດີເມດຕາ, ບໍ່ດື່ມກິນເຫຼົ້າ-ບໍ່ສູບຢາ, ບໍ່ມັກໄປຫຼີ້ນກິນທ່ຽວ, ມັກແບບສະບາຍສະບາຍ
12. ຈຸດອ່ອນ: ເວົ້າບໍ່ເກັ່ງ, ບໍ່ມັກເວົ້າຫຼາຍ, ບໍ່ມັກສິນລະປະ
13. ຄວາມໄຝຝັນ: ຢາກເກັງດ້ານຄອມພິວເຕີເຊັ່ນວ່າ: ຂຽນໂປຼແກຼມ, ສ້າງເວບໄຊ, ລະບົບເນັດເວີກ...
ພາກທີ  II : ປະຫວັດຕອນຍັງນ້ອຍຈົນຮອດປັດຈຸບັນ
1.    ຕັ້ງແຕ່ເກີດມາ ວັນທີ 9 ເດືອນ 10 ປີ 1994 ຢູ່ບ້ານຫາດຂາມ ເມືອງ ງາ ແຂວງ ອຸດົມໄຊ ດຳລົງຊິວິດຢູ່ພໍ່-ແມ່ ທີ່ບ້ານ ຫາດຂາມ ປະມານ 7 ປີ ແລະ ອາຍຸ ຂອ້ຍເອງໄດ້ 7 ປີ ແລ້ວໄດ້ຍ້າຍລົງມາຢູ່ນະຄອນຫຼວງ
ວຽງຈັນກັບພໍ່-ແມ່.
2.    ຢ້າຍມາຢູ່ວຽງ ໃນທ້າຍປີ 1999 ເລີ່ມເຂົ້າເປັນປີ 2000 ພໍ່-ແມ່ໄດ້ພາມາຢູ່ບ້ານ ຫ້ວຍຫ້ອມ ເມືອງສັງທອງ ນະຄອນຫຼວງວຽງຈັນກັບພີ່ນ້ອງ ໄດ້ 1 ປີ ແລະ ເລີ່ມເຂົ້າຮຽນໜັງສື ປໍ 1 ຢູ່ໂຮງຮຽນ ບ້ານຫ້ວຍຫ້ອມພໍແຕ່
ໄດ້ຮຽນ ພາກຮຽນ 1 ກໍ່ອອກ.
3.    ໃນຊ່ວງປີ 2000 ຫຼັງຈາກຢູ່ບ້ານ ຫ້ວຍຫ້ອມ ໄດ້ 1 ປີ ກໍ່ໄດ້ ຢ້າຍມາຢູ່ ບ້ານ ໜອງອໍ້ ເຂດເກົ້າລ້ຽວ ແລະ ໄດ້ເຂົ້າຮຽນໜັງສື ຕໍ່ ປໍ 1 ຢູ່ໂຮງຮຽນ ບ້ານ ໂນນແກ້ວ ໃນປີ 2001 ໄດ້ຮຽນຢູ່ໂຮງຮຽນນີ້ປະມານພາກ
ຮຽນ 1 ກໍ່ ຕ້ອງໄດ້ຍ້າຍ ອອກ ໄປຮຽນຢູ່ ໂຮງຮຽນ ບ້ານໂພນສົມບູນ ເພາະຖືກທາງລັດຖະບານໄລ່ອອກ
ຈາກດິນ ບ້ານ ໜອງອໍ້.
4.    ນັບຕັ້ງແຕ່ປີ 2001 ເປັນຕົ້ນມາຫຼັງຈາກໄດ້ຍ້າຍອອກຈາກບ້ານ ໜອງອໍ້ ມາຢູ່ ບ້ານ ໂພນສົມບູນ ກໍ່ໄດ້ສືບຕໍ່ຮຽນໜັງສື ຢູ່ປໍ 1 ມາຈົນຈົບປໍ 5 ໃນປີ 2005.
5.    ໃນປີ 2005-2008 ໄດ້ເຂົ້າຮຽນຕໍ່ ໂຮງຮຽນ ມໍຕົ້ນເກົ້າລ້ຽວ ຈົນຈົບມໍ 3.
6.    ໃນປີ 2008-2012 ໄດ້ເຂົ້າຮຽນຕໍ່ມໍປາຍ ທົ່ງປົ່ງ ຈົນຈົບມໍ 7.
7.    ໃນປີ 2012 ໄດ້ເຂົ້າຮຽນຕໍ່ຢູ່ ມຊ ໃນຄະນະສະຖາປັດ ໄດ້ 2 ປີ ແລ້ວ ອອກຍ້ອນຄວາມຮູ້ຄວາມສາມາດຂອງຕົນເອງບໍ່ເຂົ້າໃນສາຍການອອກແບບ
8.    ຫຼັງຈາກອອກ ຈາກ ມຊ ກໍ່ໄດ້ຫາເຮັດວຽກເອົາປະສົບການໄປກອ່ນ ພໍຮອດ ຊ່ວງໄລຍະເປີດເຂົ້າສົກຮຽນ
ໃໝ່ກໍ່ໄດ້ເສັງເຂົ້າຮຽນຕໍ່ໃນສາຍທີ່ຕົນເອງມັກ ທີ່ ວິທະຍາໄລເຕັກນິກ ປາກປ່າສັກ ສາຂາຄອມພິວເຕີທຸ
ລະກິດ.
ພາກທີ  III : ດ້ານປະສົບການ
1.    ເຄີຍເຮັດວຽກໃນຮ້ານອາຫານ ພາໂຕກລາວເດີມ ໃກ້ກັບວັດຫາຍໂສກ ໄດ້ 1 ເດືອນ ໃນຊ່ວງພັກຮຽນ ໃນຊ່ວງ
ງານ ກິລາຊິເກມ.
2.    ເຄີຍເຮັດວຽກໃນຮ້ານອາຫານ ວິນາ ກາເຟ ຄອບຟີ & ສເຕັກ ໄດ້ 1 ປີ ກົງກັນຂ້າມກັບເຮືອນຮັບແຂກກະຊ່ວງ
ສຶກສາ.
3.    ເຄິຍເຮັດວຽກໃນຮ້ານອາຫານ ບຸບເຟທະເລໃຈ 1 ປີ ບ້ານຫ້ວຍຫົງ ກົງກັນຂ້າມກັບ ຮ້ານຕົ້ນຄູນ.
4.    ເຄີຍເຮັດວຽກໃນຮ້ານອາຫານ ເຝີແຊບ 3ເດືອນ ສາຂາ ວິວມໍ.
5.    ເຄີຍສອນພາສາອັງກິດໃນລະດັບເລີ່ມຕົ້ນ ປີປາຍ ທີສູນພາສາອັງກິດ ບີ&ດີ ບ້ານໂພນສົມບູນ
6.    ຄວາມສາມາດດ້ານຄອມພິວເຕີ ສາມາດນຳໃຊ້ຄອມພິວເຕີໄດ້ເຊັ່ນ ລົງວິນໂດ, ລົງໂປຼແກຼມຕ່າງໆ, ແກ້ໄຂບັນຫາຄອມເບື້ອງຕົ້ນ, ໃຊ້ງານ Photoshop, word & power point.

 ພາກທີ IV: ກ່ຽວກັບຄອບຄົວ
ໃນຄອບຄົວປັດຈຸບັນມີ 7 ຄົນ, ອ້າຍເອື້ອຍນ້ອງຄີງ ຮ່ວມພໍ່-ແມ່ດຽວກັນມີ 3 ຄົນ
ຈຳນວນສະມາຊິກໃນຄອບຄົວ
/
ຊື່
ສະຖານະ
1
. ຊຽງລື
ພໍ່
2
. ກ້ຽງ
ແມ່
3
. ອຳໄພ
ເອື້ອຍກົກ
4
. ຕຸ້ຍ
ນ້ອງຜູ້ທີ2
5
. ຄຳແພງ
ນ້ອງສາວຫຼ້າ
6
. ໄມ
ອ້າຍເຂີຍ
7
. ພູດສະດີ
ຫຼານ



ไม่มีความคิดเห็น:

แสดงความคิดเห็น