ຄຳຖາມ
1. ແຜນວາດການພັດທະນາຕົນເອງເພື່ອມະນຸດສຳພັນທີ່ດີມີຢູ່ຈັກຢ່າງ ແຕ່ລະຢ່າງຍົກຕົວຢ່າງມາພ້ອມ?
2. ຍ້ອນຫຍັງການຕັດສິນໃຈຈຶ່ງມີຜົນດີແລະຜົນເສຍ ຈົງຢົກຕົວຢ່າງມາພອ້ມ?
ຕອບຄຳຖາມ
1.
ແຜນວາດການພັດທະນາຕົນເອງເພື່ອມະນຸດສຳພັນທີ່ດີ.
ວິເຄາະຕົວເອງ
v
ສັງເກດເບິ່ງຈຸດດີແລະຈຸດອອ່ນ
v
ໃຫ້ຄົນອື່ນຊວ່ຍຕິຊົມໃຫ້
|
ສະແດງອອກ
v
ມີຄວາມເຂົ້າໃຈ
v
ມີຄວາມອົດທົນ
|
ປັບປຸງແກ້ໄຂ
v
ມີຄວາມເຫັນອົກເຫັນໃຈຄົນອື່ນ
v
ສັງເກດເບິ່ງຄົນໃກ້ສິດຫຼືຜູ້ອື່ນ
|
ສະຫຼຸບ
v
ຄວາມສະບາຍໃຈຂອງຕົນເອງ
v
ຄວາມສຸກໃຈຂອງຄົນອື່ນ
|
2. ສາເຫດໃນການຕັດສິນໃຈມີຜົນດີແລະຜົນເສຍມີ: ຍ້ອນເຮົາບໍ່ຮູ້ໃນສິ່ງທີ່ເຮົາເລືອກ, ໃນສິ່ງທີ່ເຮົາຈະເຮັດ
ແລະ ຍອ້ນບໍ່ມີການພິຈາລະນາ, ວິໄຈ.
3. ລັກສະນະຂອງຄົນມີທັດສະນະຄະຕິທີ່ດີ
ອັນທຳອິດຕ້ອງເປັນຄົນດີ, ເປັນຄົນຊື່ຊັດ, ເປັນຄົນຕົງຕໍ່ເວລາ, ເປັນຄົນດຸໝັ່ນແລະອົດທົນ.
ສະຫຼຸບບົດຮຽນ
ບົດທີ7 ລັກສະນະສະເພາະຂອງວັດທະນະທຳລາວ
I.
ລັກສະນະລວມຂອງວັດທະນະທຳລາວ
ມີຢູ່ 4
ລັກສະນະດັ່ງນີ້:
1.
ລັກສະນະຊາດ
ນດາປະເທດຕ່າງໆໃນໂລກ ລ້ວນແຕ່ມີວັດທະນະທຳເປັນຂອງຕົນເອງ
ເຊິ່ງຖືໄດ້ວ່າເປັນເອກະລັກຂອງຊາດໃຜລາວ ໂດຍແມ່ນປວງຊົນລາວພາຍໃນຊາດເປັນຜູ້ປະຕິບັດ.
2.
ລັກສະນະສືບທອດ
ໝາຍເຖິງການສືບທອດທາງດ້ານວັດທະນະທຳທີ່ດີຂອງຍຸກສະໄໝ
ຈາກຄົນຣຸ່ນກ່ອນຫາຄົນຣຸ່ນໃໝ່ ຂອງບັນພະບູລຸດກາຍມາເປັນ
ວັດທະນະທຳແຫ່ງຍຸກສະໄໝໃນປັດຈຸບັນ.
3.
ລັກສະນະຊົນເຜົ່າ
ປະກອບມີຫຼາຍເຊື່ອຊາດ ຫຼາຍຊົນເຜົ່າ ປະກອບເຂົ້າກັນເປັນຝູງຊົນ
ຫຼືພົນລະເມືອງຂອງຊາດ, ແຕ່ຢູ່ໃນແຕ່ລະກຸ່ມຊົນນັ້ນ
ຍອ່ມມີວັດທະນະທຳທີ່ເປັນອັນສະເພາະຂອງເຜົ່າໃຜລາວ.
4.
ລັກສະນະທ້ອງຖິ່ນ
ທີ່ຕັ້ງພູມສັນຖານຂອງແຕ່ລະຊົນເຜົ່າມີຄວາມແຕກຕ່າງກັນຕາມແຕ່ລະທ້ອງຖິ່ນໃຜລາວ,
ເມື່ອເວົ້າເຖິງລັກສະນະທ້ອງຖິ່ນຂອງຊາດ ແມ່ນມີລັກສະນະທີ່ວ່າພາກເຜເໜືອເປັນເຂດພູຜາ,
ພາກໃຕ້ເປັນເຂດທົ່ງພຽງ ດັ່ງນັ້ນແຕ່ລະຂົງເຂດການດຳລົງຊີວິດ, ການເຊື່ອຖື,
ຮີດຄອງປະເພນີແຕກຕ່າງກັນຕາມແຕ່ລະທ້ອງຖິ່ນ. ດັ່ງນັ້ນວັດທະນະທຳຈຶ່ງມີລັກສະນະທ້ອງຖິ່ນ.
II.
ບັນຫາກ່ຽວກັບວັດທະນະທຳລາວ
1)
ພາສາ,
ອັກສອນ, ສາດສະໜາກັບວັດທະນະທຳ
ພາສາລາວ ແລະ ອັກສອນລາວກໍ່ແມ່ນອົງປະກອບຢ່າງໜື່ງທີ່ເປັນເອກະລັກໃຫ້ແກ່ວັດທະນະທຳລາວ.
ສ່ວນສາດສະໜາເບື້ອງຕົ້ນປະຊາຊົນລາວ ແມ່ນນັບຖືສາດສະໜາຜີຈາກນັ້ນມາກໍ່ໄດ້ນຳເອົາສາດສະໜາພາມເຂົ້າມາ
ຈົນເຖິງສະຕະວັດທີ 14
ເຈົ້າຟ້າງຸ່ມໄດ້ນຳເອົາສາດສະໜາພຸດເຂົ້າມາເຜີຍແຜ່ໃນລາວແລ້ວກໍ່ໄດ້ຖືເອົາສາດສະໜາພຸດເປັນສາດສະໜາປະຈຳຊາດ.
ເມື່ອມີຫຼາຍສາດສະໜາຄືແນວນັ້ນຈຶ່ງເຮັດໃຫ້ເກີດມີຄວາມເຊື່ອຖືຫຼາຍສາດສະໜາປົນເປກັນ
ບັນດາຄວາມເຊື່ອຖືນັ້ນມັນໄດ້ກາຍເປັນຮີດຄອງປະເພນີຂອງຄົນລາວທີ່ປະຕິບັດກັນມາຈົນເທົ່າທຸກວັນນີ້
ແລະ ຮີດຄອງປະເພນີເຫຼົ່ານັ້ນກາຍເປັນວັດທະນະທຳຂອງຊາດລາວເຮົາ.
III.
ວັດທະນະທຳທາງດ້ານພິທີກຳໃນຊີວິດ
ຄວາມນິຍົມປະຕິບັດພາຍໃນຊາດແມ່ນປະກອບມີ
ພິທີກຳໃຫຍ່ດັ່ງນີ້:
1.
ການເກີດ: ເມື່ອເກີດອອກມາແລ້ວກໍ່ມີພິທີກຳເຊັ່ນ:
ຕັດສາຍບື, ການນຳເອົາເດັກຝັງສາຍແຮ່, ພິທີເຂົ້າກຳ ( ຢູ່ຄຳ ), ພິທີອອກກຳແລະອື່ນໆ.
2.
ການຕາຍ: ການເກີດ, ແກ່,
ເຈັບຕາຍ ແມ່ນກົດເກນຂອງທຳມະຊາດ ເຊິ່ງວ່າບໍ່ມີໃຜສາມາດຫຼີກລ້ຽງໄດ້.
ການຕາຍອາດມີຫຼາຍສາເຫດດັ່ງນີ້:
·
ຕາຍຍ້ອນເຈັບໄຂ່ໄດ້ປ່ວຍ
·
ຕາຍຍ້ອນເກີດອຸບັດຕິເຫດຕ່າງໆ
·
ຕາຍແບບທຳມະຊາດ
ການຕາຍແຕ່ລະປະເພດ
ການເຮັດພິທີກຳກໍ່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ ແລະ ແຕ່ລະຊົນເຜົ່າ.
3.
ການບວດ: ການບວດເປັນຄວາມເຊື່ອຖືອີກຢ່າງໜື່ງຂອງຄົນລາວ
ເມື່ອເກີດຂື້ນມາບໍ່ວ່າຜູ້ນອ້ຍຫຼືຜູ້ໃຫຍ່ແມ່ນຕ້ອງໄດ້ບວດເພາະເຊື່ອວ່າການບວດນີ້ເພື່ອເປັນການບວດຕອບບຸນຄຸນໃຫ້
ພໍ່ ແມ່. ການບວດມີຫຼາຍປະເພດຂອງການບວດ ເປັນຕົ້ນແມ່ນການບວດພິຂຸສຳມະເນນ, ການບວດພຣະ
ແລະການບວດເປັນພຣຫະພຸດທະເຈົ້າ. ພິທີໃນາການບວດແຕ່ລະປະເພດມີຄວາມແຕກຕ່າງກັນ ແຕ່ມີອັນລວມຢູ່ບອ່ນວ່າ
ການບວດແມ່ນໝາຍເຖິງການຕັດກິເລດຕັນຫາຕ່າງໆ.
4.
ການແຕ່ງດອງ: ອາດເວົ້າໄດ້ວ່າແມ່ນກົດເກນ
ຮີດຄອງປະເພນີ ເມື່ອຄູ່ບ່າວສາວເລືອກຄູ່ຄອງທີ່ຈະຢູ່ນຳກັນ
ແຕ່ກ່ອນຈະຢູ່ນຳກັນເປັນຜົວເມຍຕ້ອງມີການແຕ່ງດອງກັນເສຍກ່ອນ.
ສ່ວນພິທີໃນການປະຕິບັດອາດມີຄວາມແຕກຕ່າງກັນໃນແຕ່ລະທ້ອງຖິ່ນໃຜລາວ.
IV.
ຄວາມເປັນມາຮີດຄອງປະເພນີລາວ
ຮີດຄອງປະເພນີລາວຖືວ່າມີຂອບເຂດກວ້າງຂວາງທີ່ສຸດຖ້າຈະໃຫ້ເວົ້າລະອຽດຈະແຈ້ງແທ້ກໍ່ຄວນຈະໄດ້ເວົ້າໝົດຮິດຄອງປະເພນີຂອງແຕ່ລະຊົນເຜົ່າທີ່ມີຢູ່ໃນ້ລາວເຮົາ. ດັ່ງນັ້ນຮີດຄອງປະເພນີຢຸ່ທີ່ນີ້ແມ່ນຂໍເວົ້າພຽງແຕ່ຮີດຄອງທີ່ປວງຊົນລາວຈຳນວນຫຼາຍທີ່ປະຕິບັດແລະເປັນເອກະພາບກັນຂອງຄົນລາວເຮົາເປັນຕົ້ນແມ່ນ
ຮີດສິບສອງຄອງສິບສີ່ ທີ່ປະຊາຊົນລາວພອ້ມກັນປະຕິບັດຄື:
“ຮີດ” ແລະ “ຄອງ” ມີຄວາມໝາຍໃກ້ຄຽງກັນ ແຕ່ບໍ່ແມ່ນອັນດຽວກັນ.
ຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ, ສ່ວນຄຳວ່າ “ຄອງ” ໝາຍເຖິງກົດຫຼືແນວທາງທີ່ວາງໄວ້ເພື່ອປະຕິບັດຕາມ.
ເມື່ອເຮົາເອົາ “ຮີດ” ແລະ “ຄອງ” ມາລວມເຂົ້າກັນ ຈະກາຍເປັນຄຳວ່າ “ຮີດຄອງ” ທີ່ມີຄວາມໝາຍວ່າ:
“ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”.
“ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ
ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ
ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງເອກະພາບ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່
ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດ ຄື
ຮີດສິບສອງຄອງສິບສີ່ແທນ.
1)
ຮີດສິບສອງ
ຮີດສິບສອງໝາຍເຖິງການເຮັດງານບຸນຕ່າງໆໃນແຕ່ລະເດືອນຂອງປີໜຶ່ງເຊິງປະກອບມີສິບສອງເດືອນ
ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ
ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ
ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ:
1. ເດືອນຈຽງ (ເດືອນໜຶ່ງ) ແມ່ນເຮັດບຸນລຽ້ງຜີຟ້າ,ຜີແຖນ ແລະບຸນນິມົນພະສົງເຂົ້າກຳ
2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ
ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນຍັງເອີ້ນວ່າ
ບຸນກອງເຂົ້າກໍມີ.
3. ເດືອນສາມ ເຮັດບຸນເຂົ້າຈີ່
4. ເດືອນສີ່ ເຮັດບຸນພະເວດ
5. ເດືອນຫ້າ ເຮັດບຸນສົງພະ ຫຼືບຸນປີໃໝ່ລາວ
6. ເດືອນຫົກ ເຮັດບຸນບັ້ງໄຟ
7. ເດືອນເຈັດ ເຮັດບຸນບ້ານ
ຫຼືບຸນລ້ຽງຜີມະເຫສັກຫຼັກເມືອງ
8. ເດືອນແປດ ບຸນເຂົ້າພັນສາ
9. ເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ
10. ເດືອນສິບ ບຸນຫໍ່ເຂົ້າສະຫຼາກ
11. ເດືອນສິບເອັດ ບຸນອອກພັນສາ
12. ເດືອນສິບສອງ ບຸນທອດກະຖິນ
2) ຄອງສິບສີ່
ຄອງສິບສີ່ໝາຍເຖິງຂໍ້ກຳນົດ
14 ຂໍ້ ທີ່ປະຊາຊົນລາວເຮົາ
ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະໃນປັດຈຸບັນກໍຍັງເຊື່ອຖືຢູ່
ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ.
ຄອງສິບສີ່ມີຄື:
1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ
ແລະປະຕິບັດສີນຫ້າຂອງທາງສາສະໜາໄດ້ວາງໄວ້ຄື: ຫ້າມຂ້າສັດ, ຫ້າມດື່ມເຫຼົ້າ,
ບໍ່ໃຫ້ຫຼີ້ນສາວ, ບໍ່ຫ້ຂີ້ລັກ ແລະຫ້າມຂີ້ຕວົະ
2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ
2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ
3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ.
4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ
ຫຼືຈຶ່ງຄ່ອຍລົມນຳເພິ່ນ.
5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ
ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ.
6. ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫຼືລ້າງຕີນເສຍກ່ອນ
7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ
ຫຼືນິມົນພະສົງມາສູດມຸງຄຸນເຮືອນ.
8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ ທູບທຽນ
ໄປສົມມາຜົວຂອງຕົນ
9. ເມື່ອພະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ
ຫຼືຊູນຖືກພະສົງສາມະເນນ, ຍາມປ່ອນບາດຢ່າໃສ່ໝວກ, ຢ່າເອົາຜ້າປົກຫົວ, ຢ່າໃສ່ເກີບ, ຢ່າອຸ້ມເດັກນ້ອຍ, ຢ່າຖືມີດຖືພ້າ ຫຼືຢ່າຖືອາວຸດໃດໆ.
10. ເມື່ອຮອດວັນສິນ 8 ຄ່ຳ, 14 ຫຼື
15 ຄ່ຳ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະປະຕູເຮືອນ.(ປັດຈຸບັນ
ຢູ່ຊົນນະບົດບາງບ່ອນຍັງປະຕິບັດຢູ່).
11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ.
12. ໃຫ້ພາກັນເຮັດຮົ້ວອ້ອມວັດແລະບ້ານເຮືອນຂອງຕົນໃຫ້ດີ.
13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ
ຢ່າຟ້າວກິນກ່ອນ ໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ
ແລ້ວຈຶ່ງຄ່ອຍກິນ.(ຕົວຢ່າງ: ຍາມເຂົ້າໃໝ່ ກໍເອົາໄປບູຊາ ຫຼືໃສ່ບາດກ່ອນ, ແລ້ວຈຶ່ງຄ່ອຍກິນ).
14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າ ກ້າແຂງ ຕໍ່ກັນແລະ ກັນ.
Ø ນອກຈາກປະພຶດປະຕິບັດຮີດສິບສອງຄອງສິບສີ່ແລ້ວຊາວລາວໂດຍສະເພາະແມ່ນຜູ້ຍິງຈະຕອ້ງເອົາໃຈໃສ່ປະຕິບັດຕາມຄຳສັ່ງສອນຂອງຜູ້ເຖົ່າຜູ້ແກ່ໃນບູຮານເຊັ່ນ:
ເຮຶອນສາມ ແລະນ້ຳສີ່
·
ເຮຶອນສາມ
1.
ເຮຶອນນອນ:
ຕອ້ງມຽ້ນມັດໃຫ້ເປັນລະບຽບຈົບງາມ
2.
ເຮືອນຄົວ:
ຕ້ອງມັ່ນປັດກວາດໃຫ້ສະອາດ
3.
ເຮືອນຜົມ:
ຕ້ອງໝັ່ນສະ,ໝັ່ນຫວີ
·
ນ້ຳສີ່
1.
ນ້ຳໃຈ:
ຕອ້ງມີນ້ຳໃຈກວ້າງຂວາງບໍລິສຸດ ແລະຊື່ສັດ
2.
ນ້ຳກີນ:
ບໍ່ໃຫ້ຂາດແຂກໄປຢາມມາແວ່ໃຫ້ໄດ້ດື່ມ
3.
ນ້ຳໃຊ້:
ຕ້ອງມີໄວ້ສະເໝີຢ່າໃຫ້ຂາດຄຸຂາດແອ່ງ
4.
ນ້ຳປູນ:
ນ້ຳຢູ່ໃນກະປຸກບອກປປູນກໍ່ຢ່າໃຫ້ແຫ້ງເວລາຕ້ອງການຄຽ້ວຕອ້ງໄດ້ຄຽ້ວ
ไม่มีความคิดเห็น:
แสดงความคิดเห็น