ວຽກບ້ານ: ວິຊາ ຄອມພີວເຕີເຄືອຂ່າຍແລະຄວມປອດໄພ
ສະຫຼຸບບົດຮຽນບົດທີ 2
I.
ແລນກາດ (LAN
Cards)
ແລນກາດມີ 4 ແບບດັ່ງນີ້:
1)
ແລນກາດແບບ ISA ເປັນແລນກາດລຸ້ນເກົ່າຂະໜາດບັນຈຸ
2)
ແລນກາດແບບ PCI ເປັນແລນກາດທີ່ພັດທະນາມາຈາກ ແລນກາດ ISA
3)
ແລນກາດແບບ PCMSIA ເປັນແລນກາດທີ່ໃສ່ກັບໂນດບຸກ
4)
ແລນກາດແບບ USB ໃຊ້ໄດ້ທັງຄອມຕັ້ງໂຕະແລະໂນດບຸກ
II.
ສາຍສັນຍານ ( Cable
)
1) ສາຍສັນຍານແບບCoaxaialເປັນສາຍເສັ້ນດຽວມີລວດທອງແດງເປັນແກນກາງມີເປືອກຫຸ້ມຊັ້ນນອກ
ເພື່ອປ້ອງກັນສັນຍານລົບກວນ
ມີ 2 ແບບຄື ແບບບາງແລະແບບໜາ.
2) ສາຍສັນຍານແບບ Twisted pair ປະກອບດ້ວຍທອງແດງນ້ອຍ 8 ເສັ້ນພັນເຂົ້ກັນເປັນ 4 ຄູ່ ແຕ່ລະເສັ້ນມີເປືອກຫຸ້ມເພື່ອປ້ອງກັນສັນຍານລົບກວນ
ມີ 2 ແບບຄື ແບບ ມີສະໜວນປ້ອງກັນດ້ານໃນແລະແບບບໍ່ມີສະໜວນປ້ອງກັນດ້ານໃນ.
3) ສາຍສັນຍານແບບ UTP(UnshieldedTwistedPair)ເປັນສາຍທີ່ບໍ່ມີສະໜວນປ້ອງກັນດ້ານໃນດັ່ງນັ້ນປ້ອງກັນສັນຍານລົບກວນບໍ່ໄດ້ດີ
4) ສາຍສັນຍານແບບ STP (Shielded Twisted Pair) ເປັນສາຍສັນຍານທີ່ປ້ອງກັນສັນຍານລົບກວນໄດ້ດີເພາະມີສະໜວນປ້ອງກັນສັນຍານລົບກວນດ້ານໃນ
ລາຄາແພງກວ່າ ສາຍສັນຍານແບບ UTP.
5) ສາຍສັນຍານແບບ Fiber Optic ເປັນສາຍສັນຍານໃຍແກ້ວນຳແສງ, ເປັນສາຍສັນຍານທີ່ໃຊ້ແກ້ວ ຫຼື ຢາງເພື່ອເປັນສື່ນຳສັນຍານແສງ, ມີຄວາມສາມາດຮອງຮັບການສື່ສານຂໍ້ມູນຄວາມໄວສູງ
ໂດຍບໍ່ມີສັນຍານລົບກວນໃດໆ
ທັງຈາກສະໜາມແມ່ເຫຼັກ
ແລະ ຄື້ນແມ່ເຫຼັກໄຟຟ້າ ລາຄາສູງ ແບ່ງເປັນ 2 ແບບຄື
ແບບ single mode ແລະ multe
mode.
III.
ເຄື່ອງມືຕິດຕັ້ງ
ເນັດເວີກ (
Network Tools)
ເຄື່ອງມືຈຳເປັນທີ່ໃຊ້ໃນການຕິດຕັ້ງ ແລະ ດູແລລະບົບມີ: ຄີມທີ່ໃຊ້ໃນການເຂົ້າຫົວ RJ-45, ຄີມກົດຫົວສັນຍານ ແລະ ເຄື່ອງມືໃຊ້ໃນການ ກວດສອບສາຍ UTP, STP
IV.
Hup, Switch, Router ແລະ Gateway
1. Hup ເຮັດໜ້າທີ່ເປັນຕົວກາງເຊື່ອມຕໍ່ຄອມພີວເຕີເຂົ້າກັບອຸປະກອນເຄືອຄ່າຍອື່ນໆ Hup ເຮັດໜ້າທີ່ເຮັດວຽກຮັບຂໍ້ມູນມາແລ້ວສົ່ງຂໍ້ມູນນັ້ນກະຈາຍອອກໄປຫາທຸກ
port
ໂດຍບໍ່ຮູ້ຈຸດໝາຍປາຍທາງວ່າເຄື່ອງໃດຮັບຢູ່ບອ່ນໃດ Hup ມີ 2 ຂະໜາດໂດຍແບ່ງຕາມຈຳນວນ port ຄື:
1)
Hup ຂະໜາດນອ້ຍ
ຈຳນວນ port RJ-45
ເລີ້ມແຕ່ 4, 5, 12 ແລະ 16 port.
2)
Hup ຂະໜາດໃຫຍ່
ມີຄວາມກວ້າງ 19 ນີ້ວ ຈຳນວນ port RJ-45 ເລີ້ມແຕ່ 12, 16, 24 ເຖິງ 28 port.
2. Switch ເຮັດໜ້າທີ່ຄ້າຍຄືກັນກັບຮັບ ລັກສະນະພາຍນອກກໍຄ້າຍໆກັນ ບາງຄົນເຂົ້າໃຈວ່າ Hup ແລະ Switch ແມ່ນອັນດຽວກັນທີ່ຈິງແລ້ວ Switch ຕ່າງຈາກ Hupຫຼາຍເລື່ອງເຊັ່ນ ລັກສະນະການເຮັດວຽກຈະສະຫຼາດກວ່າHup,ສາມາດຄວບຄຸມການເຮັດວຽກໃຫ້ມີປະສິດທິພາບ
ແລະສາມາດເຮັດວຽກພ້ອມກັນໄດ້ໃນເວລາດຽວກັນ.
3. Router ແມ່ນອຸປະກອນທີ່ເຊື່ອມຕໍ່ ແລນ ທີ່ໃຊ້ protocol ໃນການຮັບສົ່ງຂໍ້ມູນຄືກັນກັບ Switchແຕ່ສາມາດໃຊ້ສາຍສົ່ງຕ່າງສະນິດກັນໄດ້ເຊັ່ນສາຍແບບUPTເຊື່ອມເຂົ້າກັບສາຍCoaxialໄດ້,ສາມາດຮັບສົ່ງຂໍ້ມຸນທີ່ເປັນກຸ່ມຈາກຕົ້ນທາງໄປຫາປາຍທາງໂດຍເລືອກຫຼືກຳນົດຂໍ້ມູນທີ່ຈະສົ່ງໄປ
ແລະແປງຂໍ້ມູນໃຫ້ເໝາະກັບອຸປະກອນທີ່ໃຊ້ຮັບສົ່ງ, ມີຄວາມຢູ້ງຍາກກວ່າການຕິດຕັ້ງ Hup ແລະ Switch.
4. Gateway ເປັນອຸປະກອນທີ່ລວມຟັງຊັນການເຮັດວຽກຂອງ
Router
ແລະ Gateway ເຂົ້ານຳກັນສະນັ້ນGatewayຈື່ງມີຄວາມສາມາດສູງສຸດໃນການເຊື່ອມຕໍ່ເຄືອຂ່າຍຕ່າງໆເຂົ້າກັນ
ໂດຍສາມາດເຊື່ອມຕໍ່ແລນຫຼາຍເຄືອຂ່າຍທີ່ໃຊ້protocolຕ່າງກັນຫຼືສາຍສົ່ງຂໍ້ມູນຕ່າງຊະນິດກັນໄດ້
ຖ້າມີການເຊື່ອມຕໍ່ສົ່ງຂໍມູນທີ່ໃຊ້ສາຍສົ່ງຈາກຕົ້ນທາງຫາປາຍທາງຕ່າງຊະນິດກັນ
Gateway
ກໍຈະເຮັດໜ້າທີ່ແປງ protocol
ໃຫ້ກົງກັບປາຍທາງແລະແປງຂໍ້ມູນໃຫ້ເໝາະກັບອຸປະກອນທີ່ໃຊ້ຮັບສົ່ງ ອຸປະກອນ Gateway ມີລາຄາແພງກວ່າອຸປະກອນອື່ນ
ການຕິດຕັ້ງກໍຊັບຊ້ອນທີ່ສຸດ.
ไม่มีความคิดเห็น:
แสดงความคิดเห็น