วันอังคารที่ 2 พฤษภาคม พ.ศ. 2560

ສະຫຼຸບບົດຮຽນບົດທີ 1-5



ວຽກບ້ານ: ວິຊາ ຄອມພີວເຕີເຄືອຂ່າຍແລະຄວມປອດໄພ
ສະຫຼຸບບົດຮຽນບົດທີ 1-5
ບົດທີ 1 ຄວາມຮູ້ພື້ນຖານທາງດ້ານລະບົບເຄືອຂ່າຍ

                                   I.           ຄວາມໝາຍແລະປະໂຫຍດຂອງເຄືອຂ່າຍ
ລະບົບເຄືອຂ່າຍໝາຍເຖິງການນຳເອົາຄອມພີວເຕີຕັ້ງແຕ່ສອງໜວ່ຍຂື້ນໄປມາເຊື່ອມຕໍ່ເຂົ້າກັນເພື່ອແຊຂໍ້ມູນແລະໃຊ້ຊັບພະຍາກອນຮ່ວມກັນ.
          ປະໂຫຍດການນຳໃຊ້ລະບົບເຄື່ອຂ່າຍຮ່ວມກັນມີ:
1)   ສາມາດໃຊ້ຂໍ້ມູນຮ່ວມກັນ
2)   ສາມາດໃຊ້ຊັບພະຍາກອນຮ່ວມກັນເຊັ່ນ: printer, scanner…
3)   ປະຫຍັດຄ່າໃຊ້ຈ່າຍແລະເວລາ
4)   ສະດວກໃນການຖ່າຍໂອນຂໍ້ມູນ
5)   ສະດວກໃນການຕິດຕໍ່ສື່ສານ
                                  II.           ປະເພດເຄືອຂ່າຍ
ແບ່ງເປັນ 3 ປະເພດໃຫຍ່ຄື:
1.     Local Area Network (LAN) ເປັນລະບົບເຄືອຂ່າຍທ້ອງຖິ່ນໄລຍະຫ່າງບໍ່ເກີນ 10 km
2.    Metropoliton Area Network (MAN) ເປັນລະບົບເຄືອຂ່າຍຕິດຕໍ່ສື່ສານລະຫວ່າງເມືອງກັບແຂວງຕ້ອງໃຊ້ໂຄງຂ່າຍການສື່ສານ
3.    Wide Area Network (WAN) ເປັນລະບົບເຄືອຂ່າຍກວ້າງໄກໃນລະດັບປະເທດຂ້າມທະວີບຫຼືທົ່ວໂລກໂດຍຜ່ານອົງການສື່ສານທາງໂທລະສັບ
                                III.           ໂຄງສ້າງຂອງລະບົບເຄືອຂ່າຍ
ການຕໍ່ລະບົບເຄືອຂ່າຍມີ 4 ໂຄງສ້າງດັ່ງນີ້:
1.   ລະບົບເຄືອຂ່າຍແບບບັດ
2.   ລະບົບເຄືອຂ່າຍແບບລີ້ງຫຼືວົງແຫວນ
3.    ລະບົບເຄືອຂ່າຍແບບສະຕາ
4.   ລະບົບເຄືອຂ່າຍແບບປະສົມ
                               IV.           ມາດຕະຖານການຕໍ່ລະບົບເຄືອຂ່າຍ
ຕ້ອງອີງໃສ່ຂໍ້ມູນດັ່ງຢູ່ໃນບົດຮຽນ ໜ້າທີ່ 7


ບົດທີ 2 ອຸປະກອນທີ່ໃຊ້ໃນເຄືອຂ່າຍ
    I.          ແລນກາດ (LAN Cards)
ແລນກາດມີ 4 ແບບດັ່ງນີ້:
1)          ແລນກາດແບບ ISA ເປັນແລນກາດລຸ້ນເກົ່າຂະໜາດບັນຈຸ
2)         ແລນກາດແບບ PCI ເປັນແລນກາດທີ່ພັດທະນາມາຈາກ ແລນກາດ ISA
3)         ແລນກາດແບບ PCMSIA ເປັນແລນກາດທີ່ໃສ່ກັບໂນດບຸກ
4)         ແລນກາດແບບ USB ໃຊ້ໄດ້ທັງຄອມຕັ້ງໂຕະແລະໂນດບຸກ
   II.          ສາຍສັນຍານ ( Cable )
1)   ສາຍສັນຍານແບບCoaxaialເປັນສາຍເສັ້ນດຽວມີລວດທອງແດງເປັນແກນກາງມີເປືອກຫຸ້ມຊັ້ນນອກ ເພື່ອປ້ອງກັນສັນຍານລົບກວນ ມີ 2 ແບບຄື ແບບບາງແລະແບບໜາ.
2)  ສາຍສັນຍານແບບ Twisted pair ປະກອບດ້ວຍທອງແດງນ້ອຍ 8 ເສັ້ນພັນເຂົ້ກັນເປັນ 4 ຄູ່ ແຕ່ລະເສັ້ນມີເປືອກຫຸ້ມເພື່ອປ້ອງກັນສັນຍານລົບກວນ ມີ 2 ແບບຄື ແບບ STP ມີສະໜວນປ້ອງກັນດ້ານໃນແລະ ແບບ UTP ບໍ່ມີສະໜວນປ້ອງກັນດ້ານໃນ.
3)  ສາຍສັນຍານແບບ Fiber Optic ເປັນສາຍສັນຍານໃຍແກ້ວນຳແສງ, ເປັນສາຍສັນຍານທີ່ໃຊ້ແກ້ວ ຫຼື ຢາງເພື່ອເປັນສື່ນຳສັນຍານແສງ, ມີຄວາມສາມາດຮອງຮັບການສື່ສານຂໍ້ມູນຄວາມໄວສູງ ໂດຍບໍ່ມີສັນຍານລົບກວນໃດໆ ທັງຈາກສະໜາມແມ່ເຫຼັກ ແລະ ຄື້ນແມ່ເຫຼັກໄຟຟ້າ ລາຄາສູງ ແບ່ງເປັນ 2 ແບບຄື ແບບ single mode  ແລະ multe mode.
                   III.        ເຄື່ອງມືຕິດຕັ້ງ ເນັດເວີກ ( Network Tools)
ເຄື່ອງມືຈຳເປັນທີ່ໃຊ້ໃນການຕິດຕັ້ງ ແລະ ດູແລລະບົບມີ: ຄີມທີ່ໃຊ້ໃນການເຂົ້າຫົວ RJ-45, ຄີມກົດຫົວສັນຍານ ແລະ ເຄື່ອງມືໃຊ້ໃນການ ກວດສອບສາຍ UTP, STP
                  IV.        Hup, Switch, Router ແລະ Gateway
1.     Hup ເຮັດໜ້າທີ່ເປັນຕົວກາງເຊື່ອມຕໍ່ຄອມພີວເຕີເຂົ້າກັບອຸປະກອນເຄືອຄ່າຍອື່ນໆ Hup ເຮັດໜ້າທີ່ເຮັດວຽກຮັບຂໍ້ມູນມາແລ້ວສົ່ງຂໍ້ມູນນັ້ນກະຈາຍອອກໄປຫາທຸກ port ໂດຍບໍ່ຮູ້ຈຸດໝາຍປາຍທາງວ່າເຄື່ອງໃດຮັບຢູ່ບອ່ນໃດ Hup ມີ 2 ຂະໜາດໂດຍແບ່ງຕາມຈຳນວນ port ຄື:
1)             Hup ຂະໜາດນອ້ຍ ຈຳນວນ port RJ-45 ເລີ້ມແຕ່ 4,​​ 5, 12 ແລະ 16 port.
2)            Hup ຂະໜາດໃຫຍ່ ມີຄວາມກວ້າງ 19 ນີ້ວ ຈຳນວນ port RJ-45 ເລີ້ມແຕ່ 12, 16, 24 ເຖິງ 28 port.
2.    Switch ເຮັດໜ້າທີ່ຄ້າຍຄືກັນກັບຮັບ ລັກສະນະພາຍນອກກໍຄ້າຍໆກັນ ບາງຄົນເຂົ້າໃຈວ່າ Hup ແລະ Switch ແມ່ນອັນດຽວກັນທີ່ຈິງແລ້ວ Switch ຕ່າງຈາກ Hupຫຼາຍເລື່ອງເຊັ່ນ ລັກສະນະການເຮັດວຽກຈະສະຫຼາດກວ່າHup,ສາມາດຄວບຄຸມການເຮັດວຽກໃຫ້ມີປະສິດທິພາບ ແລະສາມາດເຮັດວຽກພ້ອມກັນໄດ້ໃນເວລາດຽວກັນ.
3.    Router ແມ່ນອຸປະກອນທີ່ເຊື່ອມຕໍ່ ແລນ ທີ່ໃຊ້ protocol ໃນການຮັບສົ່ງຂໍ້ມູນຄືກັນກັບ Switchແຕ່ສາມາດໃຊ້ສາຍສົ່ງຕ່າງສະນິດກັນໄດ້ເຊັ່ນສາຍແບບUPTເຊື່ອມເຂົ້າກັບສາຍCoaxialໄດ້,ສາມາດຮັບສົ່ງຂໍ້ມຸນທີ່ເປັນກຸ່ມຈາກຕົ້ນທາງໄປຫາປາຍທາງໂດຍເລືອກຫຼືກຳນົດຂໍ້ມູນທີ່ຈະສົ່ງໄປ ແລະແປງຂໍ້ມູນໃຫ້ເໝາະກັບອຸປະກອນທີ່ໃຊ້ຮັບສົ່ງ, ມີຄວາມຢູ້ງຍາກກວ່າການຕິດຕັ້ງ Hup ແລະ Switch.
4.    Gateway ເປັນອຸປະກອນທີ່ລວມຟັງຊັນການເຮັດວຽກຂອງ Router ແລະ Gateway  ເຂົ້ານຳກັນສະນັ້ນGatewayຈື່ງມີຄວາມສາມາດສູງສຸດໃນການເຊື່ອມຕໍ່ເຄືອຂ່າຍຕ່າງໆເຂົ້າກັນ ໂດຍສາມາດເຊື່ອມຕໍ່ແລນຫຼາຍເຄືອຂ່າຍທີ່ໃຊ້protocolຕ່າງກັນຫຼືສາຍສົ່ງຂໍ້ມູນຕ່າງຊະນິດກັນໄດ້ ຖ້າມີການເຊື່ອມຕໍ່ສົ່ງຂໍມູນທີ່ໃຊ້ສາຍສົ່ງຈາກຕົ້ນທາງຫາປາຍທາງຕ່າງຊະນິດກັນ Gateway ກໍຈະເຮັດໜ້າທີ່ແປງ protocol ໃຫ້ກົງກັບປາຍທາງແລະແປງຂໍ້ມູນໃຫ້ເໝາະກັບອຸປະກອນທີ່ໃຊ້ຮັບສົ່ງອຸປະກອນ Gateway ມີລາຄາແພງກວ່າອຸປະກອນອື່ນ ການຕິດຕັ້ງກໍຊັບຊ້ອນທີ່ສຸດ.
ບົດທີ 3 ການຕິດຕັ້ງອຸປະກອນທີໃນລະບົບ Network
I.      ການຕິດຕັ້ງແລນກາດ
1.     ໃຫ້ກະກຽມກາດແລນທີ່ຈະມາຕິດຕັ້ງໃສ່ ໂດຍເລືອກປະເພດກາດແລນໃຫ້ເໜາະສົມກັບເຄື່ອງຄອມເຊີ່ງມີ 4 ແບບໃຫ້ເລືອກຄື: ISA, PCI, PCMCIA ແລະແບບ USB.
2.    ວິທີຕິດຕັ້ງແລນກາດ
1)     ຫັນນອັດຈັບຝາເຄດອອກ, ໄຂຝາເຄດອອກ.
2)    ແກະເຫຼັກຢູ່ຫຼັງເຄດອອກ, ຕິດຕັ້ງກາດແລນ.
3)    ໃຊ້ນອັດຈັບກາດແລນ, ປິດຝາເຄດແລະຫັນນອັດຈັບຝາເຄດ.
4)    ເປີດເຄື່ອງຄອມ.
3.    ກວດສອບ ຫຼັງຈາກເປີດເຄື່ອງຂື້ນມາໃຫ້ກວດເບິ່ງວ່າໃນເຄື່ອງໄດ້ລົງ driver ຫຼືຍັງ ຖ້າຍັງກໍໃຫ້ເອົາແຜ່ນ driver ທີ່ມານຳກາດແລນຕິດຕັ້ງລົງໄປຄືປັບລົງໂປຼແກຼມອື່ນໆ.
II.    ການຕໍ່ສາຍແລນ


ຫຼັກການຕໍ່
1.     ການຕໍ່ສາຍແລນເຂົ້າຫົວ RJ-45 ໃຫ້ຄຳນືງມາດຕະຖານການຈັດລຽງສາຍສັນຍານໃນສອງແບບດັ່ງນີ້:
1)     ມາດຕະຖານການຈັແລຽງສາຍແບບ TIA/EIA 568A (ISDN)

ລຽງຕາມລຳດັບ TIA/EIA 568A (ISDN) 


1.     ຂາວ-ຂຽວ      
2.    ຂຽວ
3.    ຂາວ-ສົ້ມ
4.    ຟ້າ
5.    ຂາວ-ຟ້າ
6.    ສົ້ມ
7.    ຂາວ-ນ້ຳຕານ
8.    ນ້ຳຕານ


2)    ມາດຕະຖານການຈັແລຽງສາຍແບບ TIA/EIA 568B (TT&T)
ລຽງຕາມລຳດັບ TIA/EIA 568B (TT&T)  


1.   ຂາວ-ສົ້ມ
2.   ສົ້ມ     
3.   ຂາວ-ຂຽວ
4.   ຟ້າ
5.   ຂາວ-ຟ້າ
6.   ຂຽວ
7.   ຂາວ-ນ້ຳຕານ
8.   ນ້ຳຕານ


9.    
2.    ການຕໍ່ສາຍສັນຍານເຊືອ່ມຕໍ່ສາຍ UTP ເຂົ້າຫົວ RJ-45 ມີ 2 ແບບທີ່ຕ້ອງຄຳນຶງ.
1)     ການຕໍ່ສາຍ UTP ແບບຕົງແມ່ນການເຊື່ອມຕໍ່ຄອມໄປຫາ Hup, Switch, Hup ກັບ Hup ແລະ Switch ກັບ Switch ໂດຍຜ່ນ port up link ກັບ port ທຳມະດາວິທີຕໍ່ຕົງຕອ້ງໃຊ້ມາດຕະຖານການ ຈັດລຽງແບບ TIA/EIA 568A ຫຼື 568B ທັງສອງສົ້ນຕ້ອງໃຊ້ມາດຕະຖານອັນດຽວກັນ.
2)    ການສາຍ UTP ແບບໄຂວ້ເປັນເຊື່ອມຕໍ່ຄອມໄປຫາ Hup, Switch, Hup ກັບ Hup ແລະ Switch ກັບ Switch ໂດຍຜ່ນ port ທຳມະດາ ກັບ port ທຳມະດາ, ວິທີຕໍ່ແບບໄຂວ້ສົ້ນທີ່ 1 ຕ້ອງໃຊ້ມາດຕະຖານການຈັດລຽງສາຍແບບ TIA/EIA 568A ສົ້ນທີ່ 2 ຕ້ອງໃຊ້ມາດຕະຖານການຈັດລຽງແບບ TIA/EIA 568B.



ລາຍລະອຽດດັ່ງຕາຕາລາງ


ອຸປະກອນ
ລັກສະນະຂອງການເຊື່ອມຕໍ່
ແບບໃຊ້ຕໍ່
ຕໍ່ຄອມ-ຄອມ
ຕໍ່ສອງເຄື່ອງເຂົ້າຫາກັນ
ແບບໄຂວ້
ຕໍ່ຄອມ- Hup/ Switch
ຕໍ່ເຂົ້າກັບ port ທຳມະດາຂອງ Hup/ Switch
ແບບຕົງ
ຕໍ່ຄອມ- Hup/ Switch
ຕໍ່ເຂົ້າກັບ port up link ຂອງ Hup/ Switch
ແບບໄຂວ້
Hup/ Switch- Hup/ Switch
port ທຳມະດາ ຫາ port up link
ແບບຕົງ
Hup/ Switch- Hup/ Switch
port ທຳມະດາ ຫາ port ທຳມະດາ
ແບບໄຂວ້

ບົດທີ 4 protocal, IP address
ໃນບົດນີ້ຈະເນັ້ນໃນການຮຽນຄິດໄລ່ເລກ IP ເຄືອຂ່າຍຄອມພີວເຕີເພື່ອຊອກຫາວ່າໃນເລກ IP ຊຸດໜື່ງຈະສາມາດແຊຂໍ້ມຸນໄດ້ຈັກໜວ່ຍ
I.              IP address
ໜາຍເຖິງຊີ່ຫຼືເລກປະຈຳເຄື່ອງຄອມພີວເຕີແຕ່ລະເຄືອ່ງ
ໃນ IP address ຊຸດໜຶ່ງມີ 32bit ປະກອບມີ 4 byte ແຕ່ລະ byte  ມີ 8bit ຂັ້ນດວ້ຍເຄື່ອງໝາຍ dos (.) ແຕ່ລະ byte ມີຄ່າແຕ່ 0-255
ຂັ້ນຕອນການຄິດໄລ່ເລກ IP ມີດັ່ງນີ:
1.     ຊອກ subnet mask
2.    ຊອກ network ID
3.    ຊອກ first IP
4.    ຊອກ board cast IP
5.    Last IP
F ສູດຊອກ board cast IP: (2n -2)+1
F ສູດຊອກ host: 2n-2 , nແມ່ນ /ນເລກສູນ
F ສູດຊອກ subnet: 2n , n ແມ່ນຈ/ນເລກ1

ບົດທີ 5 ການ configure network ແລະການ share ຂໍ້ມູນໃນລະບົບເຄືອຂ່າຍ
ຂັ້ນຕອນການ configure

1.     ຕໍ່ສາຍແລນຫາຄອມກັບຄອມ ແບບໄຂວ
2.    ຄິກ icon network
3.    Click icon network and sharing center
4.    Click ຊື່ ເຄືອຂ່າຍ network
5.    ເລືອກ properties
6.    ເລືອກ internet protocol
7.    ເລືອກ properties
8.   
.  .  .
ເລືອກ configure IP address
·         ເລືອກ IP address
·        
.  .  .
ເລືອກ subnet mask
9.    Click ok, Click close
ຂັ້ນຕອນການກວດສອບ
1.     Click start , run
2.    ພິມ cmd
3.    ພິມ ping ຍະຫວ່າງ ຕາມດ້ວຍເລກ IP address ຂອງເຄື່ອງທີ່ເຊື່ອມຕໍ່
4.    ລໍຖ້າການປະມວນຜົນ
ຂັ້ນຕອນການແຊ file
1.     ສ້າງ folder ທີ່ຕ້ອງການແຊ file
2.    Click ໃສ່ folder
3.    ເລືອກ properties
4.   
a
ເລືອກ sharing, ເລືອກ advanced sharing
5.    ເລືອກ                share this folder
·         ຫ້ອງ share name (ໃຫ້ຕັ້ງຊື່ທີ່ຈະແຊ)
6.   
share
Click ok
7.   
add
Click menu Click
8.    Click ລູກສອນ      ເລືອກ everyone,  Click
9.   

Click ຕັ້ງຄ່າເອກະສານ       ໃນ everyone
10.  Click share

ຂັ້ນຕອນການເອົາຂໍ້ມູູນແຊໄວ້

1.     Click start , run
2.    ພິມຊື່ເຄື່ອງຄອມ ຫຼື ເລກ IP ຂອງເຄື່ືງທີ່ຕ້ອງການເອົາຂໍ້ມູນ
3.    ກົດ enter  ຫຼື ok
4.    ຈະເຫັນໜ້າຕ່າງຂໍ້ມູນທີ່ຕ້ອງການເອົາ

ไม่มีความคิดเห็น:

แสดงความคิดเห็น